ເປີດ ticket ຫາທີມງານ

ທຸກເລື່ອງທີ່ແຈ້ງ ຕິດຕາມໄດ້ໃນບ່ອນດຽວ ແລະ ຕອບກັບຕໍ່ໄດ້ໃນເລື່ອງເດີມ

  1. ໄປທີ່ເມນູ ຊ່ວຍເຫຼືອ ແລະ ສະໜັບສະໜູນ ແລ້ວກົດ ເປີດ Ticket
  2. ໃສ່ຫົວຂໍ້ ເລືອກໝວດ (ບັນຫາທາງເຕັກນິກ, ການເງິນ ແລະ ແພັກເກດ, ບັນຊີຜູ້ໃຊ້, ແຈ້ງການນຳໃຊ້ຜິດກົດ, ຂໍຄືນເງິນ, ອື່ນໆ) ແລະ ຄວາມເລັ່ງດ່ວນ
  3. ອະທິບາຍລາຍລະອຽດ ແລ້ວກົດ ສົ່ງເຖິງທີມງານ

ຂຽນແນວໃດໃຫ້ແກ້ໄດ້ໄວ

  • ຊື່ເວັບ ຫຼື ບໍລິການ ແລະ ທີ່ຢູ່ເວັບທີ່ມີບັນຫາ
  • ເຮັດຫຍັງກ່ອນເກີດບັນຫາ ແລະ ເກີດຕອນຈັກໂມງ
  • ຂໍ້ຄວາມທີ່ເຫັນເທິງຈໍແບບຄຳຕໍ່ຄຳ (ticket ແນບໄຟລ໌ ຫຼື ຮູບບໍ່ໄດ້ ໃຫ້ສຳເນົາຂໍ້ຄວາມມາວາງແທນ)
  • Account ID ຈາກເມນູບັນຊີມຸມຂວາເທິງ

ຫ້າມສົ່ງລະຫັດຜ່ານໃນ ticket ທີມງານບໍ່ຂໍລະຫັດຜ່ານຂອງທ່ານໃນທຸກກໍລະນີ

ຖ້າພົບບັນຫາ

ຂຶ້ນວ່າ “มี Ticket ที่ยังเปิดอยู่ครบ 20 รายการ” (ມີ Ticket ທີ່ຍັງເປີດຢູ່ຄົບ 20 ລາຍການ)

ປິດ ticket ທີ່ແກ້ສຳເລັດແລ້ວ ຫຼື ຕອບເພີ່ມໃນ ticket ເດີມທີ່ເປັນເລື່ອງດຽວກັນ

ຍັງແກ້ບໍ່ໄດ້? ໃຫ້ທີມງານຊ່ວຍ

ເປີດ ticket ຈາກໜ້າຈັດການ ບອກຊື່ເວັບ ຫຼື ບໍລິການ ສິ່ງທີ່ເຮັດ ແລະ ຂໍ້ຄວາມທີ່ເຫັນເທິງຈໍ ທີມງານຈະຕອບກັບໃນເລື່ອງດຽວກັນ ຕິດຕາມໄດ້ໃນບ່ອນດຽວ