Security Group
- ໄປທີ່ເມນູ VPC ແລ້ວເປີດ Security Group
- ທີ່ ແທັກຂອງບໍລິການ ຕິດແທັກໃຫ້ບໍລິການຕາມໜ້າທີ່ ເຊັ່ນ
webapiຫຼືdb - ກົດ ສ້າງກຸ່ມໃໝ່ ຕັ້ງຊື່ ແລ້ວເລືອກບໍລິການທີ່ກຸ່ມນີ້ໃຊ້ ຕາມແທັກ ຫຼື ເລືອກເປັນໂຕໆ
- ກົດ ເພີ່ມກົດ ເລືອກໂປຣໂຕຄອນ ແລະ ພອດ ແລ້ວເລືອກຕົ້ນທາງ ເຊັ່ນ ບໍລິການທີ່ມີແທັກ ບໍລິການໃດໜຶ່ງ ກຸ່ມອື່ນ ຊ່ວງ IP ຫຼື VPC ທີ່ເຊື່ອມໄວ້
- ກົດມີແຕ່ “ອະນຸຍາດ” ຂາເຂົ້າປິດໄວ້ຈົນກວ່າຈະມີກົດເປີດ ສ່ວນຂາອອກເປີດຢູ່ຈົນກວ່າຈະເພີ່ມກົດຂາອອກຂໍ້ທຳອິດ
- ບໍລິການໃໝ່ຈະຢູ່ໃນ ກຸ່ມເລີ່ມຕົ້ນ ເຊິ່ງສະມາຊິກລົມກັນໄດ້ທຸກພອດ ກຸ່ມນີ້ລຶບບໍ່ໄດ້ ແຕ່ເອົາບໍລິການອອກຈາກກຸ່ມໄດ້
- ກຸ່ມໜຶ່ງມີກົດໄດ້ສູງສຸດ 100 ຂໍ້
Security Group ຄວບຄຸມການເຊື່ອມຕໍ່ລະຫວ່າງບໍລິການໃນ VPC ແລະ ຈາກ VPC ທີ່ເຊື່ອມໄວ້ ບໍ່ໄດ້ຄວບຄຸມຜູ້ຊົມຈາກອິນເຕີເນັດທີ່ເຂົ້າບໍລິການສາທາລະນະຜ່ານທີ່ຢູ່ເວັບ
VPC Peering
- ໄປທີ່ VPC > VPC Peering ແລ້ວກົດ ຂໍເຊື່ອມ VPC
- ເລືອກ Project ໃນບັນຊີດຽວກັນ ແລ້ວເລືອກ Project ປາຍທາງ ຫຼື ເລືອກ ບັນຊີອື່ນ ແລ້ວໃສ່ອີເມວເຈົ້າຂອງບັນຊີປາຍທາງ ແລະ Project slug ປາຍທາງ ຈາກນັ້ນກົດ ສົ່ງຄຳຂໍ
- ອີກຝັ່ງກົດ ຍອມຮັບ
- ເພີ່ມກົດໃນ Security Group ທັງສອງຝັ່ງ ໂດຍໃຫ້ຕົ້ນທາງເປັນ VPC ທີ່ເຊື່ອມໄວ້ ຫຼື ກຸ່ມທີ່ອີກຝັ່ງແບ່ງປັນໄວ້
- ຊ່ວງ IP ຂອງ 2 VPC ຕ້ອງບໍ່ທັບກັນ
- Peering ສົ່ງທຣາຟຟິກໄດ້ສະເພາະລະຫວ່າງບໍລິການທີ່ຢູ່ Region ດຽວກັນ ຖ້າຂ້າມ Region ໃຫ້ໃຊ້ Network Hub
- Peering ບໍ່ຕໍ່ທອດ: A ເຊື່ອມກັບ B ແລະ B ເຊື່ອມກັບ C ບໍ່ໄດ້ໝາຍຄວາມວ່າ A ເຖິງ C
- ຖ້າຕ້ອງການໃຫ້ອີກຝັ່ງອ້າງກຸ່ມຂອງທ່ານໃນກົດໄດ້ ໃຫ້ເປີດ ໃຫ້ VPC ທີ່ເຊື່ອມໄວ້ອ້າງກຸ່ມນີ້ໄດ້ ອີກຝັ່ງເຫັນແຕ່ຊື່ກຸ່ມ ບໍ່ເຫັນບໍລິການ ຫຼື ທີ່ຢູ່ຂອງບໍລິການ
ຖ້າພົບບັນຫາ
ຕັ້ງ Security Group ແລ້ວ 2 ບໍລິການລົມກັນບໍ່ໄດ້
ກວດວ່າກຸ່ມຂອງບໍລິການຝັ່ງຮັບມີກົດຂາເຂົ້າທີ່ລະບຸຝັ່ງສົ່ງ (ດ້ວຍແທັກ ບໍລິການ ຫຼື ກຸ່ມ) ແລະ ພອດຖືກຕ້ອງ ຖ້າຝັ່ງສົ່ງມີກົດຂາອອກຢູ່ແລ້ວ ຈະອອກໄດ້ສະເພາະທີ່ກົດຂາອອກອະນຸຍາດ
Peering ໃຊ້ງານຢູ່ ແຕ່ບໍລິການທີ່ຢູ່ຕ່າງ Region ລົມກັນບໍ່ໄດ້
Peering ໃຊ້ໄດ້ສະເພາະພາຍໃນ Region ດຽວກັນ ໃຫ້ຕໍ່ທັງສອງ VPC ເຂົ້າ Network Hub ແທນ (ເບິ່ງ Network Hub)
Peering ຂຶ້ນວ່າໃຊ້ງານຢູ່ ແຕ່ເຊື່ອມຕໍ່ບໍ່ໄດ້
Peering ບໍ່ໄດ້ເປີດຫຍັງໃຫ້ເອງ ເພີ່ມກົດໃນ Security Group ທີ່ຕົ້ນທາງເປັນ VPC ທີ່ເຊື່ອມໄວ້ ຫຼື ກຸ່ມທີ່ອີກຝັ່ງແບ່ງປັນໄວ້
ຂໍເຊື່ອມ VPC ບໍ່ໄດ້ເພາະຊ່ວງ IP ທັບກັນ
ຍ້າຍຊ່ວງ IP ຂອງ VPC ຝັ່ງໃດຝັ່ງໜຶ່ງໃຫ້ບໍ່ທັບກັນທີ່ ຕັ້ງຄ່າ VPC (ເບິ່ງ VPC ແລະ Subnet) ແຕ່ບໍລິການໃນ Project ນັ້ນຈະຢຸດຊົ່ວຄາວລະຫວ່າງຍ້າຍ ຈຶ່ງຄວນວາງຊ່ວງ IP ຕັ້ງແຕ່ກ່ອນສ້າງບໍລິການ (ເບິ່ງ Landing zone)