ໂຊລູຊັນ · Static Web

push ຂຶ້ນ Git ແລ້ວເວັບຂຶ້ນເອງ

ສຳລັບເວັບ ແລະ SPA ທີ່ຂຽນດ້ວຍ framework ຝັ່ງ frontend ເຊື່ອມ repo ຄັ້ງດຽວ ແລ້ວທຸກຄັ້ງທີ່ push ລະບົບ build ແລະ deploy ໃຫ້ ໃຊ້ແພັກເກັດດຽວກັບເວັບທີ່ສ້າງດ້ວຍເຄື່ອງມືລາກວາງ ເລີ່ມໄດ້ຕັ້ງແຕ່ແພັກເກັດ Free

ເຊື່ອມ repo ທີ່ໃຊ້ຢູ່

  • ຮອງຮັບ GitHub, GitLab ແລະ Bitbucket ທັງ repo ສາທາລະນະ ແລະ ສ່ວນຕົວ ດ້ວຍ token ແບບອ່ານຢ່າງດຽວ
  • ກວດ framework ແລະ ສະເໜີຄ່າ build ໃຫ້: Next.js (static export), Nuxt, Gatsby, Astro, SvelteKit, Docusaurus, VitePress, Eleventy, Angular, Vue, Vite, Create React App ແລະ HTML ທຳມະດາ
  • ປັບ Node.js version ຄຳສັ່ງ install/build ແລະ ໂຟນເດີ output ເອງໄດ້ຖ້າໂປຣເຈັກບໍ່ຄືໃຜ
  • ຕັ້ງ webhook ແລ້ວ push ເຂົ້າ branch ທີ່ເລືອກເມື່ອໃດ ລະບົບ build ແລະ deploy ໃຫ້ເອງ ເບິ່ງ log ໄດ້ສົດໆ

ຍ້ອນກັບໄດ້ສະເໝີ

  • ເກັບ release ໄວ້ 5 ລຸ້ນລ່າສຸດ ກົດໃຊ້ release ກ່ອນໜ້າໄດ້ທັນທີຖ້າລຸ້ນໃໝ່ມີບັນຫາ
  • ເກັບ log ຂອງ 20 build ລ່າສຸດ ສັ່ງ build ໃໝ່ ຫຼື ຍົກເລີກ build ໄດ້ຈາກໜ້າຈັດການ
  • ຕົວແປຕອນ build ຖືກຝັງໃນໄຟລ໌ເວັບທີ່ທຸກຄົນເຫັນໄດ້ ຈຶ່ງບໍ່ຄວນໃສ່ລະຫັດຜ່ານ ຫຼື secret

ແພັກເກັດ ແລະ ໂດເມນ

  • ຈຳນວນ build ຕໍ່ເດືອນ: Free 30 · Starter 40 · Business 120 (ໃຊ້ໂຄຕ້າດຽວກັບການເຜີຍແຜ່ເວັບໄຊ)
  • ເວລາ build ສູງສຸດຕໍ່ຄັ້ງ: Free 5 ນາທີ · Starter 10 ນາທີ · Business 15 ນາທີ build ທີ່ລົ້ມເຫຼວຍ້ອນລະບົບຂອງພວກເຮົາໄດ້ໂຄຕ້າຄືນ
  • ແພັກເກັດທີ່ຈ່າຍເງິນໃຊ້ໂດເມນຂອງທ່ານເອງພ້ອມ HTTPS ອັດຕະໂນມັດ
  • ນັບລວມໃນຈຳນວນເວັບຂອງແພັກເກັດຮ່ວມກັບເວັບແບບລາກວາງ ແລະ ເວັບເປີດຈາກເຊີບເວີຂອງພວກເຮົາທີ່ບາງກອກ

ຄຳຖາມທີ່ພົບເລື້ອຍ

ຮອງຮັບ Next.js ບໍ່

ຮອງຮັບແບບ static export ຕ້ອງຕັ້ງ output: 'export' ໃນ next.config Static Web ບໍ່ມີເຊີບເວີຝັ່ງ backend ຖ້າແອັບຕ້ອງແລ່ນໂຄດຝັ່ງເຊີບເວີ ໃຊ້ Containers ແທນ

ໃຊ້ຟຣີໄດ້ບໍ່

ໄດ້ ແພັກເກັດ Free deploy ຈາກ Git ໄດ້ 30 build ຕໍ່ເດືອນ ສ່ວນການໃຊ້ໂດເມນຂອງທ່ານເອງຕ້ອງເປັນແພັກເກັດທີ່ຈ່າຍເງິນ

ຖ້າ deploy ລຸ້ນໃໝ່ແລ້ວເວັບພັງ ເຮັດແນວໃດ

ເປີດແຖບ Builds ແລ້ວກົດໃຊ້ release ກ່ອນໜ້າ ລະບົບເກັບໄວ້ 5 ລຸ້ນລ່າສຸດ

push ແລ້ວບໍ່ build

ເບິ່ງປະຫວັດການສົ່ງ webhook ໃນໜ້າຕັ້ງຄ່າ repo ສ່ວນຫຼາຍເປັນຍ້ອນ Secret ບໍ່ກົງ push ຄົນລະ branch ຫຼື ຍັງບໍ່ໄດ້ເປີດ Auto Deploy

ເລີ່ມໃຊ້ງານມື້ນີ້ ຟຣີ

ສະໝັກດ້ວຍອີເມວ ບໍ່ຕ້ອງໃສ່ບັດເຄຣດິດ ສ້າງເວັບໄດ້ຟຣີບໍ່ມີມື້ໝົດອາຍຸ ບໍລິການອື່ນຈ່າຍຕາມທີ່ໃຊ້ຈາກ Wallet ຂອງ Project