ໂຊລູຊັນ · ເດີ່ນກິລາ
ໃຫ້ລູກຄ້າຈອງເດີ່ນເອງຈາກມືຖື ບໍ່ຕ້ອງຕອບແຊັດໝົດມື້
ລູກຄ້າທັກມາຖາມວ່າເດີ່ນວ່າງບໍ ຕ້ອງເປີດຕາຕະລາງກວດແລ້ວຕອບເທື່ອລະຄົນ ບາງຄັ້ງຈອງຊ້ອນກັນເພາະຈົດໄວ້ຄົນລະບ່ອນ ໃຫ້ລູກຄ້າເບິ່ງຮອບທີ່ວ່າງ ຈອງ ແລະ ຈ່າຍມັດຈຳເອງໃນເວັບຂອງເດີ່ນ
ຈອງເດີ່ນຕາມຮອບ
- ເພີ່ມເດີ່ນແຕ່ລະປະເພດເປັນບໍລິການ ເຊັ່ນ ແບດມິນຕັນ 1 ຊົ່ວໂມງ ໃສ່ລາຄາ ແລະ ຈຳນວນເດີ່ນທີ່ມີ ລະບົບຮັບຈອງແຕ່ລະຮອບໄດ້ບໍ່ເກີນຈຳນວນເດີ່ນ
- ຕັ້ງເວລາເປີດປິດ ວັນພັກພິເສດ ຮອບເລີ່ມທຸກຈັກນາທີ ຕ້ອງຈອງລ່ວງໜ້າຢ່າງໜ້ອຍເທົ່າໃດ ແລະ ເປີດໃຫ້ຈອງລ່ວງໜ້າໄດ້ຈັກມື້
- ເກັບມັດຈຳຜ່ານ QR ເຂົ້າບັນຊີຂອງທ່ານ ສົ່ງອີເມວເຕືອນກ່ອນຮອດເວລາ ແລະ ກຳນົດວ່າລູກຄ້າຍົກເລີກອອນລາຍໄດ້ຮອດຈັກຊົ່ວໂມງກ່ອນເວລາຈອງ
- ລູກຄ້າທີ່ໂທມາ ຫຼື walk-in ພະນັກງານລົງໃນຕາຕະລາງດຽວກັນໄດ້ທັນທີ ບໍ່ຊົນກັບການຈອງຈາກເວັບ
ຂາຍເຄື່ອງ ແລະ ດຶງລູກຄ້າປະຈຳ
- ຂາຍນ້ຳ ລູກຂົນໄກ່ ຫຼື ໃຫ້ເຊົ່າໄມ້ທີ່ເຄົາເຕີດ້ວຍລະບົບໜ້າຮ້ານ ພ້ອມປິດຮອບນັບເງິນທຸກກະ
- ສະສົມແຕ້ມດ້ວຍເບີໂທ (Business) ແລະ ໂຄດສ່ວນຫຼຸດສຳລັບການຈອງ (Starter 5 ໂຄດ · Business 100 ໂຄດ)
- ມີຫຼາຍສາຂາ ແຍກເດີ່ນ ແລະ ເວລາເປີດຂອງແຕ່ລະສາຂາໄດ້
- ໃຊ້ຄູ່ກັບ Wi-Fi Hotspot ໃຫ້ລູກຄ້າໃຊ້ Wi-Fi ຂອງເດີ່ນ ພ້ອມເກັບ log ການນຳໃຊ້
ຄຳຖາມທີ່ພົບເລື້ອຍ
ລະບົບຈອງເດີ່ນລາຄາເທົ່າໃດ
ຄ່າພື້ນຖານ Business Apps ₭63,800 ບວກລະບົບນັດໝາຍ ₭63,800 ລວມ ₭127,600 ຕໍ່ເວັບຕໍ່ເດືອນ ເພີ່ມສະມາຊິກ ແລະ ຄູປອງອີກ ₭41,800 ໃຊ້ກັບເວັບແພັກເກັດ Starter ຫຼື Business ເຊິ່ງແພັກເກັດ Business ລວມຄ່າພື້ນຖານ ແລະ 2 ລະບົບໃຫ້ຟຣີ 1 ເວັບ ບໍ່ຫັກເປີເຊັນຈາກຄ່າເດີ່ນ
ຈອງເທື່ອລະ 2 ຊົ່ວໂມງໄດ້ບໍ
ແຕ່ລະການຈອງຍາວເທົ່າໄລຍະເວລາຂອງບໍລິການ ຖ້າຕັ້ງຮອບລະ 1 ຊົ່ວໂມງ ລູກຄ້າທີ່ຕ້ອງການ 2 ຊົ່ວໂມງຈອງສອງຮອບຕິດກັນ
ລູກຄ້າເລືອກເດີ່ນເບີໃດໄດ້ບໍ
ໄດ້ ຖ້າເພີ່ມແຕ່ລະເດີ່ນເປັນບໍລິການແຍກ ເຊັ່ນ ເດີ່ນ 1 ເດີ່ນ 2 ຖ້າລວມເປັນບໍລິການດຽວ ລະບົບນັບຈຳນວນເດີ່ນທີ່ວ່າງໃຫ້ ແລ້ວພະນັກງານຈັດເດີ່ນຕອນລູກຄ້າມາຮອດ
ຮັບຈອງໄດ້ເດືອນລະຈັກຄັ້ງ
ຕໍ່ເວັບຕໍ່ເດືອນ Starter 300 ການຈອງ ແລະ Business 5,000 ການຈອງ ການຈອງທີ່ພະນັກງານລົງໃຫ້ລູກຄ້າທີ່ໂທມາ ຫຼື walk-in ບໍ່ນັບລວມ
ເລີ່ມໃຊ້ງານມື້ນີ້ ຟຣີ
ສະໝັກດ້ວຍອີເມວ ບໍ່ຕ້ອງໃສ່ບັດເຄຣດິດ ສ້າງເວັບໄດ້ຟຣີບໍ່ມີມື້ໝົດອາຍຸ ບໍລິການອື່ນຈ່າຍຕາມທີ່ໃຊ້ຈາກ Wallet ຂອງ Project