ໂຊລູຊັນ · ຮ້ານຄ້າອອນລາຍ

ຮ້ານຄ້າອອນລາຍເທິງເວັບຂອງທ່ານເອງ ບໍ່ຕ້ອງຕອບແຊັດຖາມລາຄາໝົດມື້

ຕອບແຊັດຖາມລາຄາໝົດມື້ ເຄື່ອງໝົດແລ້ວຍັງຮັບອໍເດີ ໃຫ້ໜ້າຮ້ານເທິງເວັບເຮັດວຽກແທນ ລູກຄ້າເລືອກ ແລະ ສັ່ງເອງໄດ້ຕະຫຼອດ 24 ຊົ່ວໂມງ

ໜ້າຮ້ານທີ່ຂາຍໄດ້ເອງ

  • ໜ້າຮ້ານມີຮູບ ແລະ ລາຄາຄົບ ລູກຄ້າເລືອກ ແລະ ສັ່ງເອງໄດ້ຕະຫຼອດ 24 ຊົ່ວໂມງ
  • ຕັດສະຕັອກໃຫ້ເອງ ເຄື່ອງໝົດກໍບໍ່ຂາຍເກີນ ຍົກເລີກອໍເດີແລ້ວສະຕັອກຄືນອັດຕະໂນມັດ
  • ຕັ້ງຄ່າສົ່ງ ແລະ ສົ່ງຟຣີເມື່ອຊື້ຄົບ ໃສ່ເລກພັດສະດຸໃຫ້ລູກຄ້າຕິດຕາມເອງໄດ້
  • ບໍ່ຫັກເປີເຊັນຈາກຍອດຂາຍ

ດູແລຮ້ານໄດ້ງ່າຍ

  • ໃຫ້ພະນັກງານມີບັນຊີຂອງຕົນເອງສຳລັບເບິ່ງ ແລະ ຈັດການອໍເດີ
  • ເບິ່ງລາຍງານຍອດຂາຍລາຍເດືອນ ແລະ ສິນຄ້າຂາຍດີ ແພັກເກັດ Business ດາວໂຫຼດ CSV ໄດ້
  • ໃຊ້ໂດເມນຂອງຮ້ານເອງພ້ອມ HTTPS ແລະ ມີອີເມວຊື່ຮ້ານໃນບັນຊີດຽວກັນໄດ້

ຄຳຖາມທີ່ພົບເລື້ອຍ

ມີຄ່າທຳນຽມຕໍ່ອໍເດີບໍ່

ບໍ່ມີ ຈ່າຍພຽງຄ່າແພັກເກັດ ແລະ ຄ່າສ່ວນເສີມ Business Apps ລາຍເວັບ

ຮັບອໍເດີໄດ້ເດືອນລະຈັກລາຍການ

ຕໍ່ເວັບຕໍ່ເດືອນ Starter 500 ອໍເດີ ແລະ Business 5,000 ອໍເດີ

ຖ້າຢາກໃຊ້ WooCommerce ເດ

ເປີດ WordPress ທີ່ຕິດຕັ້ງພ້ອມຖານຂໍ້ມູນຂອງຕົນເອງໄດ້ໃນບັນຊີດຽວກັນ ແລ້ວຕິດຕັ້ງປລັກອິນທີ່ຕ້ອງການເອງ

ເລີ່ມສ້າງເວັບຂອງທ່ານມື້ນີ້ ຟຣີ

ສະໝັກດ້ວຍອີເມວ ບໍ່ຕ້ອງໃສ່ບັດເຄຣດິດ ແພັກເກັດ Free ໃຊ້ໄດ້ບໍ່ມີມື້ໝົດອາຍຸ