ສ້າງ Queue ແລະ Access key

ສ້າງໄດ້ຈາກໜ້າຈັດການ ແລ້ວໃຫ້ແຕ່ລະລະບົບໃຊ້ Key ຂອງຕົວເອງ

  1. ໄປທີ່ເມນູ Queue Service ແລ້ວກົດ ສ້າງ Queue
  2. ຕັ້ງ ຊື່ Queue (A-Z, a-z, 0-9, _ ແລະ - ບໍ່ເກີນ 80 ຕົວ ບໍ່ຊ້ຳກັນໃນ Project) ເລືອກ Region ແລະ ປັບການຕັ້ງຄ່າຕາມວຽກ ແລ້ວກົດສ້າງ
  3. ຖ້າຢາກເກັບຂໍ້ຄວາມທີ່ເຮັດບໍ່ສຳເລັດໄວ້ກວດ ໃຫ້ສ້າງ Queue ອີກອັນເປັນ Dead-letter queue ກ່ອນ (ເຊັ່ນ orders-dlq) ແລ້ວເລືອກໃນ Dead-letter queue ຂອງ Queue ຫຼັກ
  4. ກົດ ສ້າງ Access key ເລືອກສິດລາຍ Queue: ສົ່ງ, ຮັບ ແລະ ລຶບ ແລະ ລ້າງ ຕິກ ຈັດການ Queue ຖ້າຢາກໃຫ້ Key ສ້າງ ຫຼື ແກ້ Queue ຜ່ານ API
  5. ສຳເນົາ Access key ID ແລະ Secret ເກັບໄວ້ Secret ຈະສະແດງຄັ້ງດຽວ ໜ້າຈໍຈະສະແດງຕົວຢ່າງໂຄດທີ່ໃສ່ Key ໄວ້ໃຫ້ແລ້ວ

ໃຫ້ເວັບໃຊ້ Key ທີ່ ສົ່ງ ໄດ້ຢ່າງດຽວ ແລະ Worker ໃຊ້ Key ທີ່ ຮັບ ແລະ ລຶບ ໄດ້ ຖ້າ Key ໃດຫຼຸດກໍຍົກເລີກແຕ່ Key ນັ້ນ

ລອງໄດ້ໂດຍບໍ່ຕ້ອງຂຽນໂຄດ: ກົດຊື່ Queue ແລ້ວໃຊ້ ສົ່ງຂໍ້ຄວາມ ແລະ ເບິ່ງຂໍ້ຄວາມທີ່ລໍ (ເບິ່ງໂດຍບໍ່ຮັບຂໍ້ຄວາມອອກໄປ)

ການສ້າງ Queue ຕ້ອງມີເງິນໃນ Wallet ຂອງ Project ຖ້າ Project ຖືກລະງັບເພາະຄ້າງຊຳລະ ຈະສົ່ງ ແລະ ຮັບຂໍ້ຄວາມບໍ່ໄດ້ ແຕ່ຍັງລຶບຂໍ້ຄວາມ ແລະ ລຶບ Queue ໄດ້

ຖ້າພົບບັນຫາ

ເຮັດ Secret ເສຍ

ລະບົບສະແດງຊ້ຳບໍ່ໄດ້ ໃຫ້ສ້າງ Key ໃໝ່ ປ່ຽນໃນລະບົບຂອງທ່ານ ແລ້ວລຶບ Key ເກົ່າ

ຂໍ້ຄວາມຄ້າງໃນ “ກຳລັງປະມວນຜົນ” ດົນ

Worker ຮັບໄປແລ້ວແຕ່ຍັງບໍ່ລຶບ ກວດວ່າ Worker ເອີ້ນ delete ຫຼັງເຮັດສຳເລັດ ຂໍ້ຄວາມຈະກັບມາໃຫ້ຮັບໃໝ່ເມື່ອຄົບ Visibility timeout

ຂໍ້ຄວາມເດີມຖືກເຮັດຊ້ຳຫຼາຍຮອບ

Visibility timeout ສັ້ນກວ່າເວລາທີ່ Worker ໃຊ້ແທ້ ໃຫ້ເພີ່ມ Visibility timeout ຫຼື ໃຫ້ Worker ເອີ້ນ visibility ຂໍເວລາເພີ່ມລະຫວ່າງເຮັດ

ຍັງແກ້ບໍ່ໄດ້? ໃຫ້ທີມງານຊ່ວຍ

ເປີດ ticket ຈາກໜ້າຈັດການ ບອກຊື່ເວັບ ຫຼື ບໍລິການ ສິ່ງທີ່ເຮັດ ແລະ ຂໍ້ຄວາມທີ່ເຫັນເທິງຈໍ ທີມງານຈະຕອບກັບໃນເລື່ອງດຽວກັນ ຕິດຕາມໄດ້ໃນບ່ອນດຽວ